ພາບລວມກ່ຽວກັບໄປສະນີລາວ
ວຽກງານໄປສະນີ ແມ່ນຂະແໜງການບໍລິການໜຶ່ງ ທີ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດໃຫ້ຈະເລີນເຕີບໂຕ, ທັງເຮັດໜ້າທີ່ໃນການເຊື່ອມໂຍງ ລະຫວ່າງ ຄົວເຮືອນ, ຮ້ານຄ້າ ແລະ ບັນດາຫົວໜ່ວຍ ທຸລະກິດ ໃນການສື່ສານພົວພັນ ແລະ ການຈໍລະຈອນ ແຈກຢາຍສິນຄ້າ ຢ່າງກ້ວາງຂວາງ ແລະ ຫຼວງຫຼາຍ, ພ້ອມທັງ ອໍານວຍຄວາມສະດວກໃຫ້ແກ່ການຄ້າ, ການຊື້-ຂາຍ ທັງພາຍໃນ ແລະ ຕ່າງປະເທດ ໂດຍສະເພາະໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ການບໍລິການໄປສະນີ ແມ່ນເປັນປັດໄຈສໍາຄັນທີ່ຂາດບໍ່ໄດ້ໃນການຈັດສົ່ງ ແລະ ແຈກຢາຍເຄື່ອງຝາກທາງໄປສະນີ ກໍ່ຄືອາຫານ ແລະ ເຄື່ອງອຸປະໂພກ ບໍລິໂພກໃຫ້ແກ່ສັງຄົມ ແລະ ຍັງປະກອບສ່ວນສໍາຄັນ ໃນການຂັບເຄື່ອນຕະຫຼາດເສດຖະກິດດິຈິຕ໋ອນ ທີ່ຫຼາຍກິດຈະການເຄື່ອນໄຫວດ້ານທຸລະກິດ ຕ້ອງອາໄສການບໍລິການຂອງຂະແໜງໄປສະນີ. ລັດຖະບານ ຊຸກຍູ້ ສົ່ງເສີມ ການພັດທະນາໄປສະນີ ໃນທຸກຮູບແບບໃຫ້ຂະຫຍາຍທົ່ວເຖິງ ໃນຂອບເຂດທົ່ວປະເທດ, ສາມາດເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ທັງຮັບປະກັນໃຫ້ປະຊາຊົນໄດ້ຊົມໃຊ້ບໍລິການໄປສະນີ ໄດ້ຢ່າງສະດວກສະບາຍ, ມີຄຸນນະພາບ ແລະ ວ່ອງໄວ, ຊຸກຍູ້ການຂະຫຍາຍຕາໜ່າງການບໍລິການໄປສະນີໃຫ້ກວ້າງຂວາງ ເພື່ອໃຫ້ສັງຄົມໄດ້ນຳໃຊ້ການບໍລິການໄປສະນີຢ່າງທົ່ວເຖິງ, ພັດທະນາການບໍລິການ ດ້ວຍຮູບການຫັນເປັນນະວັດຕະກໍາ, ທັນສະໄໝ ແລະ ສົ່ງເສີມການສ້າງຜະລິດຕະພັນໃໝ່ ເພື່ອຮັບປະກັນໃຫ້ມີມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ ແນ່ໃສ່ເຮັດໃຫ້ຊີວິດສັງຄົມ ເຂົ້າເຖິງການບໍລິການໄປສະນີ ດ້ວຍນະວັດຕະກຳທີ່ທັນສະໄໝ ຫຼາຍຂື້ນ. ການຂະຫຍາຍຕົວຂອງວຽກງານໄປສະນີ ໄດ້ສ້າງເງື່ອນໄຂ ແລະ ຂໍ້ສະດວກຫຼາຍຂື້ນໃຫ້ແກ່ສັງຄົມໃນການສ້າງວຽກເຮັດງານທຳໃຫ້ກັບຊາວໜຸ່ມ ໄດ້ຢ່າງກວ້າງຂວາງ ເປັນຕົ້ນອາຊີບເສີມໃນການແຈກຢາຍເຄື່ອງຝາກ ໂດຍສະເພາະ ໃນຍຸກເສດຖະກິດດີຈິຕອນ ສິ່ງທີ່ຂາດບໍ່ໄດ້ກໍຄື ການທຳທຸລະກຳດ້ານການຄ້າເອເລັກໂຕຼນິກ. ບໍລິສັດ ໄປສະນີລາວ ຈຳກັດ ແມ່ນຫົວໜ່ວຍທຸລະກິດໜຶ່ງ ທີ່ໃຫ້ບໍລິການ ຮັບຝາກ, ຈັດສົ່ງ ແລະ ແຈກຢາຍເຄື່ອງຝາກທາງໄປສະນີ, ໂລຈິສຕິກ, ບໍລິການ ການເງິນໄປສະນີ ທັງພາຍໃນ ແລະ ລະຫວ່າງປະເທດ, ຈຳໜ່າຍສະແຕມໄປສະນີ ແລະ ຜະລິດຕະພັນໄປສະນີອື່ນ, ມີຕາໜ່າງກວມເອົາທຸກແຂວງ, ທຸກເມືອງໃນຂອບເຂດທົ່ວປະເທດ ແລະ ທົ່ວໂລກ. ໃຫ້ບໍລິການ ໄປສະນີພັນ (Letter Post) ປະກອບມີ ຈົດໝາຍ, ໄປສະນີບັດ, ສິ່ງພິມ, ສິ່ງຂອງຫໍ່ນ້ອຍ ແລະ ພັດສະດຸໄປສະນີ Parcel Post ກັບ 192 ປະເທດ, ບໍລິການ ເມດ່ວນພິເສດ Express Mail Services EMS ກັບ 95 ປະເທດ ແລະ ບໍລິການ ePacket ກັບ 24 ປະເທດ, ມີລະບົບ PostX ທີ່ທັນສະໄໝ ໄດ້ມາດຕະຖານຂອງສະຫະພາບໄປສະນີສາກົນ UPU, ສາມາດຕິດຕາມສະຖານະເຄື່ອງຝາກ ທັງພາຍໃນ ແລະ ລະຫວ່າງປະເທດ ເລີ່ມແຕ່ເວລາຮັບຝາກ ຈົນເຖິງເວລາແຈກຢາຍ.

ສະຖິຕິການບໍລິການ
ຄົ້ນຫາຈຸດເດັ່ນຂອງການປະຕິບັດງານຂອງພວກເຮົາ ແລະ ຄົ້ນພົບວິທີທີ່ໄປສະນີລາວ ເຊື່ອມຕໍ່ກັບຫຼາຍປະເທດ ໃນທົ່ວໂລກ ຢ່າງມີປະສິດທິພາບ ແລະ ຍືນຍົງ
ວິໄສທັດ ແລະ ພາລະກິດ

ພາລະກິດ
ວິໄສທັດຂອງພວກເຮົາແມ່ນສົ່ງເສີມການບໍລິການດັ້ງເດີມ ເສີມສ້າງການບໍລິການ ແລະ ຜະລິດຕະພັນໃໝ່, ຫຼາກຫຼາຍ, ຢືນຍົງ ດ້ວຍການຫັນເປັນດິຈິຕອນ, ເພີ່ມປະສິດທິພາບ ແລະ ປະສິດທິຜົນ ຂອງການບໍລິການ.

ວິໄສທັດ
ໄປສະນີລາວ ມີຄວາມມຸ່ງໝັ້ນໃຫ້ເປັນຜູ້ບໍລິການແຖວໜ້າ ໃນການບໍລິການໄປສະນີ ແລະ ໂລຈິສຕິກ, ເຊື່ອມໂຍງ ກັບທຸກປະເທດໃນໂລກ, ເປັນອົງປະກອບທີ່ສຳຄັນຂອງເສດຖະກິດແຫ່ງຊາດ.
ຈຸດບໍລິການ
ໄປສະນີລາວໃຫ້ບໍລິການໄປສະນີທົ່ວປະເທດທີ່ມີເຄືອຂ່າຍການຂະຫຍາຍຕົວເພື່ອເຊື່ອມຕໍ່ຊຸມຊົນ ແລະທຸລະກິດ
ຂ່າວສານ ແລະ ອັບເດດ
ສຳຫຼວດຂ່າວສານ ແລະ ອັບເດດຫຼ້າສຸດຈາກໄປສະນີລາວ, ລວມທັງການປະກາດການບໍລິການ, ເຫດການ ແລະ ຂໍ້ມູນສຳຄັນຕ່າງໆສຳລັບລູກຄ້າ
ຊ່ອງທາງຕິດຕໍ່ ແລະ ໃຫ້ຄວາມຄິດເຫັນ
ພວກເຮົາໃຫ້ຄຸນຄ່າຄໍາຕິຊົມ ສົ່ງຂ່າວ ຂອງທ່ານ! ຕິດຕໍ່ພວກເຮົາເມື່ອທ່ານມີຄໍາຖາມ, ຄໍາຄິດເຫັນ, ຫຼື ຂໍ້ສົງໄສກ່ຽວກັບການບໍລິການຂອງພວກເຮົາ
ຖະໜົນຄູວຽງ, ບ້ານຊຽງຍືນ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ
1442